
ປລັກອິນ (Plugin) ແມ່ນໂປຣແກຣມເສີມຊະນິດໜຶ່ງທີ່ເພີມຄວາມສາມາດປະສິດຕິພາບໃຫ້ກັບ ເວີດແພຣດສ໌ (WordPress) ຖ້າເວີດແພຣດສ໌ (WordPress) ເປັນຄອມພິວເຕີ ປລັກອິນ(Plugin) ກໍປຽບສະເໝືອນ ຊອບແວຣ໌ທີຢູ່ໃນເຄືອງຄອມພິວເຕີນັ້ນແລະ ປລັກອິນ(Plugin)ມີຫຼາກຫຼາຍແບບຖືກຂຽນຂື້ນຕາມຈຸດປະສົງການໃຊ້ງານດ້ານນັ້ນໆ ເຊິ່ງສາມາດຫາດາວໂຫລດ ແລະ ຕິດຕັ້ງເອງໄດ້ ມີທັງແບບຟຣີ ແລ ແບບເສ່ນເງີນ ເຊິ່ງເຮົາຢາກຈະໃຫ້ຄອມພິວເຕີເຮົາເຮັກວຽກດ້ານໃດ ເຮົາກໍ່ຫາຊອບແວຣ໌ດ້ານນັ້ນມາລົງເພື່ອໃຫ້ເໜາະສົມກັບວຽກ ເຊັນດ່ຽວກັນ ເວີດແພຣດສ໌ (WordPress) ເຮົາຢາກໃຫ້ເວບໄຊຕ໌ຂອງເຮົານັ້ນເຮັດວຽກດ້ານໃດເຮົາກໍຫາ ປລັກອິນ(Plugin) ດ້ານນັ້ນມາລົງໃນເພື່ອໃຫ້ເວັບໄຊ ເວີດແພຣດສ໌ (WordPress) ເຮັດວຽກດ້ານນັ້ນຕາມທີ່ເຮົາຕ້ອງການ