
ເວັບໄຊ ແມ່ນເຄື່ອງມືທີ່ມີຄວາມສໍາຄັນຫຼາຍໃນຊີວິດປະຈໍາວັນຂອງພວກເຮົາ. ມັນເປັນເໝືອນປະຕູບານໃຫ້ພວກເຮົາເຂົ້າເຖິງຂໍ້ມູນຂ່າວສານ,ບໍລິການຕ່າງໆ, ແລະ ເຊື່ອມຕໍ່ກັບຄົນທົ່ວໂລກ.
ຂໍ້ດີແລະຄວາມສໍາຄັນຂອງເວັບໄຊໃນຍຸກປັດຈຸບັນ:ເຂົ້າເຖິງຂໍ້ມູນຂ່າວສານໄດ້ງ່າຍ: ພຽງແຕ່ມີອຸປະກອນທີ່ເຊື່ອມຕໍ່ອິນເຕີເນັດ ແລະ ບຣາວເຊີ ພວກເຮົາກໍສາມາດຄົ້ນຫາຂໍ້ມູນທຸກຢ່າງທີ່ຕ້ອງການໄດ້ທັນທີ.
ເປັນເຄື່ອງມື້ທາງການຕະຫຼາດ: ທຸລະກິດນໍາເອົາເວັບໄຊມາໃຊ້ເພື່ອໂຄສະນາຜະລິດຕະພັນ ແລະ ບໍລິການຂອງຕົນເອງ.
ບໍລິການຕ່າງໆຢູ່ໃນເວັບໄຊເຊັ່ນ:ຊື້ເຄື່ອງອອນໄລນ໌, ຈອງປີ່ເຮືອບິນ, ໂອນເງິນ, ຫຼື ຮຽນອອນໄລນ໌ ກໍສາມາດເຮັດໄດ້ທັງໝົດຜ່ານເວັບໄຊ.
ເຊື່ອມຕໍ່ກັບຄົນທົ່ວໂລກ: ເວັບໄຊຊ່ວຍໃຫ້ພວກເຮົາສາມາດສື່ສານ, ແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມສໍາພັນກັບຄົນທີ່ຢູ່ຫ່າງໄກ.
ຕົວຢ່າງເວັບໄຊທີ່ພວກເຮົາໃຊ້ໃນຊີວິດປະຈໍາວັນ:
ເວັບໄຊຄົ້ນຫາ: Google, Bing
ເວັບໄຊໂຊຊ້ຽວ: Facebook, Messenger
ເວັບໄຊຄ້າຂາຍອອນໄລນ໌: Lazada, Shopee
ເວັບໄຊຂ່າວ: BBC, CNN, Vientiane Times