WordPress ແມ່ນຫຍັງ ?

ເວີດແພຣດສ໌ (WordPress)ແມ່ນຫຍັງ ?

ເວີດແພຣດສ໌ (WordPress) ແມ່ນ CMS (Content Management System) ເວົ້າງ່າຍໆພາສາຊາວບ້ານ ຄືເວບໄຊສຳເລັດຮູບຫັນແລະ ອິກທັງຍັງເປັນ Open Source ເຊິ່ງຊ່ວຍໃຫ້ຜູ້ໃຊ້ຈັດການເນື່ອຫາພາຍໃນເວບໄຊຕ໌ໄດ້ງ່າຍ ໂດຍບໍ່ຈໍາເປັນຕ້ອງມີຄວາມຮູ້ເລືອງການຂຽນໂປຣແກຣມເລີຍ ແລະ ໄດ້ຮັບຄວາມນີຍົມສູງສຸດເປັນອັນດັບ 1 ຂອງເວບໄຊທັງໝົດທີ່ເຮັດດ້ວຍ CMS ຖືກຂຽນຂື້ຍໂດຍໃຊ້ພາສາ PHP ແລະ ລະບົບຖານຂໍ້ມູນ MySQL

ສາສະດາເວີດແພຣດສ໌ (WordPress)

ເວີດແພຣດສ໌ (WordPress) ເກີດຈາກຊາຍໝຸ່ມຮູບຫຼໍ່ ຊາວມາເມລິກາ ຜູ້ທີ່ຫຼົງໄຫຼໃນການຂຽນໂປຣແກຣມ ແລະ ມັກເພງແຈສ໌ (Jazz) ແລະ ຖາຍພາບນາມວ່າ : Matt Mullenweg ໂດຍຈຸດເລີມຕົ້ນຂອງ ເວີດແພຣດສ໌ (WordPress) ນັ້ນ Matt ໄດ້ເຂົ້າໄປໃຊ້ງານ B2 ເພື່ອທີ່ຈະແຊຣ໌ພາບຖ່າຍຂອງຕົວເອງ ແຕ່ຕໍ່ມາຜູ້ພັດທະນາ B2 ໄດ້ຢຸດພັດທະນາ ດັ່ງນັ້ນ Matt ຈຶ່ງຕັດສິນໃຈນໍາເອົາຟາຍ໌ (File) B2 (ເຊິ່ງມີ License ເປັນ GPL ໝາຍຄວາມສາມາດນໍາເອົາໄປພັດທະນາຕໍ່ໄດ້) ມາພັດທະນາຕໍ່ ແລະ Matt ກໍໄດ້ເພື່ອນຮ່ວມອຸດົມການດ່ຽວກັນນາມວ່າ Mike Little ຜູ້ມາຮວມໂປຣເຈັກ ແລະ ຊ່ວຍກັນພັດທະນາເວີດແພຣດສ໌ (WordPress) ອິກຄົນໜຶ່ງທີ່ຂາດບໍ່ໄດ້ນັ້ນກໍຄື Christine Tremoulet ໂດຍລາວຄົນນີ້ເປັນຄົນຄິດ ແລະ ຕັ້ງຊື່ ເວີດແພຣດສ໌ (WordPress)  ນັ້ນເອງ ເວີດແພຣດສ໌ (WordPress) ເປີດໂຕຄັ້ງທໍາອິດ ປີ 2003